Home / ທຳມະທີ່ຄວນຮູ້ / ອະຣິຍະສັຈສີ່

ອະຣິຍະສັຈສີ່

ອະຣິຍະສັດ 4 ຄື: ຄວາມຈິງອັນປະເສີດ 4 ປະການ ຊຶ່ງເປັນຫລັກທຳຄຳສອນສຳຄັນໃນພຣະພຸດສາສະໜາ ປະກອບດ້ວຍ:

  1. ທຸກ (ຄວາມຈິງວ່າດ້ວຍຄວາມທຸກ) – ສະພາບທີ່ທົນຢູ່ໄດ້ຍາກ ພາວະທີ່ບໍ່ປົກກະຕິ ເຊັ່ນ: ຄວາມເກີດ ຄວາມແກ່ ຄວາມເຈັບ ຄວາມຕາຍ ຄວາມໂສກເສົ້າເສຍໃຈ ແລະ ຄວາມພັດພາກຈາກສິ່ງອັນເປັນທີ່ຮັກ.

2. ສະມຸໄທ (ຄວາມຈິງວ່າດ້ວຍເຫດແຫ່ງຄວາມທຸກ) – ສາເຫດທີ່ເຮັດໃຫ້ເກີດທຸກ ຊຶ່ງກໍຄື “ຕັນຫາ” ຫລື ຄວາມຢາກໄດ້ ຢາກມີ ຢາກເປັນ ໄດ້ແກ່ ກາມຕັນຫາ (ຄວາມຢາກໃນກາມ) ພະວະຕັນຫາ (ຄວາມຢາກເປັນ ຢາກຄົງຢູ່) ແລະ ວິພະວະຕັນຫາ (ຄວາມຢາກພົ້ນໄປ ບໍ່ຢາກມີບໍ່ຢາກເປັນ).

3. ນິໂຣດ (ຄວາມຈິງວ່າດ້ວຍຄວາມດັບທຸກ) – ພາວະທີ່ສາມາດດັບກິເລດແລະຕັນຫາລົງໄດ້ສິ້ນເຊີງ ຊຶ່ງກໍຄື “ພຣະນິບພານ” ເປັນຄວາມສະຫງົບສຸກທີ່ປາດສະຈາກຄວາມທຸກ.

4. ມັກ (ຄວາມຈິງວ່າດ້ວຍທາງໃຫ້ເຖິງຄວາມດັບທຸກ) – ຫົນທາງປະຕິບັດເພື່ອນຳໄປສູ່ການດັບທຸກ ຮຽກວ່າ “ອຣິຍະມັກມີອົງ 8” ໄດ້ແກ່ ຄວາມເຫັນຊອບ, ຄວາມດຳຣິຊອບ, ການເຈລະຈາຊອບ, ການກະທຳຊອບ, ການລ້ຽງຊີບຊອບ, ຄວາມພຽນຊອບ, ຄວາມລະນຶກຊອບ ແລະຄວາມຕັ້ງໝັ້ນຊອບ.

Leave a Reply

Your email address will not be published. Required fields are marked *