Warning: Undefined array key 1 in /home/cp515801/public_html/thaibantv.com/wp-content/plugins/visitors-online/visitors-online.php on line 505

Warning: Undefined array key 2 in /home/cp515801/public_html/thaibantv.com/wp-content/plugins/visitors-online/visitors-online.php on line 505
Page 2 – ທຳມະລາວ

ວິປັດສະນາກຳມະຖານ

ວິປັດສະນາກຳມະຖານ ໝາຍເຖິງ ການອົບຮົມປັນຍາໃຫ້ເກີດຄວາມຮູ້ແຈ້ງເຫັນຈິງໃນສະພາບທຳ ຫລື ສະພາວະທຳຕາມຄວາມເປັນຈິງຂອງຊີວິດແລະທຳມະຊາດ ເພື່ອໃຫ້ຈິດໃຈຫລຸດພົ້ນຈາກຄວາມຢຶດໝັ່ນຖືໝັ້ນ ກິເລດ ແລະຄວາມທຸກທັງປວງ ຄຳວ່າ “ວິປັດສະນາ” ມາຈາກຄຳບາລີແຍກເປັນ: ວິ = ແຈ້ງ, ວິເສດ, ຕ່າງ ໆ ປັດສະນາ = ການເຫັນ, ການເບິ່ງ ເມື່ອທັງໝົດກັນຈຶ່ງແປວ່າ “ການເຫັນແຈ້ງ” ຫລືການເຫັນສະພາວະທຳຕາມຄວາມເປັນຈິງ (ບໍ່ແມ່ນການເຫັນດ້ວຍຕາເນື້ອ ແຕ່ເປັນການເຫັນດ້ວຍປັນຍາຫລື ຍານຂອງຈິດ) ຫລັກການສຳຄັນຂອງວິປັດສນາກຳຖານ ການຈະເລີນວິປັດສະນາບໍ່ແມ່ນການນັ່ງສະມາທິເພື່ອໃຫ້ຈິດສະຫງົບເສີຍ ໆ (ຊຶ່ງຮຽກວ່າ ສົມຖະກຳຖານ) ແຕ່ເປັນການໃຊ້ ສະຕິ ແລະ ປັນຍາ ເຂົ້າໄປກຳນົດຮູ້ເທົ່າທັນຮູບແລະນາມ (ກາຍແລະໃຈ) ທີ່ກຳລັງປາກົດຢູ່ ນະ ປັດຈຸບັນຂະນະ ຜ່ານລັກສະນະສຳຄັນ 3 ປະການ ຫລືທີ່ຮຽກວ່າ ໄຕຣລັກສະນະ ໄດ້ແກ່: ອະນິຈັງ (ຄວາມບໍ່ທ່ຽງ): ເຫັນວ່າທຸກສິ່ງທຸກຢ່າງທີ່ເກິດຂື້ນ ທັງຮູບປະທຳ (ຮ່າງກາຍ ຄວາມຮູ້ສຶກທາງກາຍ) ແລະນາມມະທຳ (ອາລົມ…

ອ່ານເນື້ອເລື້ອງເຕັມ

ຍອດພຣະໄຕຣປີດົກ (ສະບັບເດີມ)

1. ຄໍາບູຊາພຣະຣັຕະນະໄຕຣໂຍໂສ ພະຄະວາ ອະຣະຫັງ ສັມມາສັມພຸດໂທ ອີເມຫິ ສັກກາເຣຫິ ຕັງ ພະຄະວັນຕັງ ອະພິປູຊະຍາມິ,ໂຍໂສ ສວາກຂາໂຕ ພະຄະວະຕາ ທັມໂມ ອີເມຫິ ສັກກາເຣຫິ ຕັງ ພະຄະວັນຕັງ ອະພິປູຊະຍາມິ,ໂຍໂສ ສຸປະຕິປັນໂຍ ພະຄະວະໂຕ ສາວະກະສັງໂຄ ອີເມຫິ ສັກກາເຣຫິ ຕັງ ພະຄະວັນຕັງ ອະພິປູຊະຍາມິ, 2. ນະມັດສະການພຣະຣັຕະນະໄຕຣອະຣະຫັງ ສັມມາສັມພຸດໂທ ພະຄະວາ ພຸທທັງ ພະຄະວັນຕັງ ອະພິວາເທມິ (ກາບລົງ 1 ຄັ້ງ)ສວາກຂາໂຕ ພະຄະວະຕາ ທັມໂມທັມມັງ ນະມັດສາມິ (ກາບລົງ 1 ຄັ້ງ)ສຸປະຕິປັນໂນ ພະຄະວະໂຕ ສາວະກະສັງໂຄ ສັງຄັງນະມາມິ (ກາບລົງ 1 ຄັ້ງ) 3. ນະມັດສະການພຣະພຸດທະເຈົ້ານະໂມຕັດສະ ພະຄະວະໂຕ ອະຣະຫະໂຕ ສັມມາສັມພຸດທັດສະ (ວ່າ 3…

ອ່ານເນື້ອເລື້ອງເຕັມ

ໄຕຣລັກ

ໄຕຣລັກ ໝາຍເຖິງທຳມະດາ ຫລື ລັກສະນະສາມັນ 3 ປະການ ຂອງສິ່ງທັງປວງໃນໂລກ (ຍົກເວັ້ນພຣະນິບພານ) ຊຶ່ງເປັນກົດທຳມະຊາດທີ່ບໍ່ຂຶ້ນຢູ່ກັບການເວລາ ຫລື ຄວາມເຊື່ອຂອງໃຜ ປະກອບດ້ວຍ: ອະນິຈັງ (ອະນິດຈະຕາ) – ຄວາມບໍ່ທ່ຽງ ສິ່ງທັງຫລາຍມີຄວາມປັ່ນປ່ວນ ເກີດຂຶ້ນ ຕັ້ງຢູ່ ແລ້ວກໍດັບໄປ ບໍ່ຍັ່ງຍືນຖາວອນ ທຸກຂັງ (ທຸກຂະຕາ) – ຄວາມທົນຢູ່ໃນສະພາບເດີມໄດ້ຍາກ ສິ່ງທັງຫລາຍຖືກບີບຄັ້ນດ້ວຍການປ່ຽນແປງ ບໍ່ສາມາດຄົງຢູ່ໃນສະພາບເດີມໄດ້ຕະຫລອດໄປ ນຳມາຊຶ່ງຄວາມບໍ່ສົມບູນແລະເປັນທຸກຫາກໄປຢຶດໝັ່ນ ອະນັດຕາ (ອະນັຕຕະຕາ) – ຄວາມບໍ່ຢູ່ໃນອຳນາດບັງຄັບບັນຊາ ບໍ່ມີສິ່ງໃດເປັນຕົວຕົນທີ່ແທ້ຈິງ ບໍ່ແມ່ນ “ຕົວເຮົາ” ຫລື “ຂອງເຮົາ” ຢ່າງແທ້ຈິງ ບໍ່ສາມາດບັງຄັບໃຫ້ເປັນໄປຕາມໃຈປາດຖະໜາໄດ້ຕະຫລອດເວລາ ຫລັກໄຕຣລັກສະນະມີໄວ້ເພື່ອຊ່ວຍໃຫ້ເກີດປັນຍາ ຮູ້ເທົ່າທັນຄວາມຈິງຂອງຊີວິດແລະສິ່ງແວດລ້ອມ ເພື່ອປ່ອຍວາງຄວາມຢຶດໝັ່ນຖືໝັ້ນ ແລະລຸດຄວາມທຸກໃນໃຈ

ອ່ານເນື້ອເລື້ອງເຕັມ