2026
ມັກ 8
ມັກ 8 (ຫລື ອຣິຍະມັກມີອົງ 8) ເປັນຫົນທາງປະຕິບັດສາຍກາງເພື່ອນຳໄປສູ່ການດັບທຸກ ຊຶ່ງເປັນຂໍ້ສຸດທ້າຍໃນອຣິຢະສັດ 4 ປະກອບດ້ວຍອົງປະກອບ 8 ປະການ ດັ່ງນີ້: 2. ສຳມາສັງກັບປະ (ຄວາມດຳຣິຊອບ) – ຄວາມຄິດທີ່ປາດສະຈາກຄວາມໂລບ ຄວາມຮ້າຍແຮງ ແລະຄວາມບຽດບຽນ (ຄິດໃນການອອກບວດ, ຄິດບໍ່ພະຍາບາດ, ຄິດບໍ່ບຽດບຽນ) 3. ສຳມາວາຈາ (ການເຈລະຈາຊອບ) – ການເວົ້າຈາດ້ວຍຄວາມສຸດຈະຫລິດ ຫລິກເວັ້ນການເວົ້າບໍ່ຈິງ ເວົ້າຄຳຫຍາບ ເວົ້າສໍ່ສຽດ ແລະເວົ້າເພີ້ເຈີ. 4. ສຳມາເຮັດງານ (ການກະທຳຊອບ) – ການປະພຶດປະຕິບັດທາງກາຍທີ່ສຸດຈະຫລິດ ເວັ້ນຈາກການຂ້າສັດ ລັກຊັບ ແລະປະພຶດຜິດໃນກາມ 5. ສຳມາອາຊີວະ (ການລ້ຽງຊີບຊອບ) – ການປະກອບອາຊີບທີ່ສຸດຈະຫລິດ ບໍ່ຜິດສິນລະທຳແລະບໍ່ບຽດບຽນຜູ້ອື່ນ 6. ສຳມາວາຢາມະ (ຄວາມພຽນຊອບ) – ຄວາມພຽນໃນການປ້ອງກັນບາບທີ່ຍັງບໍ່ເກີດ, ລະເວັ້ນບາບທີ່ເກິດຂື້ນແລ້ວ, ສ້າງກຸສົນທີ່ຍັງບໍ່ເກີດ, ແລະຮັກສາກຸສົນທີ່ເກິດຂື້ນແລ້ວໃຫ້ຄົງຢູ່. 7. ສຳມາສະຕິ…
ອະຣິຍະສັຈສີ່
ອະຣິຍະສັດ 4 ຄື: ຄວາມຈິງອັນປະເສີດ 4 ປະການ ຊຶ່ງເປັນຫລັກທຳຄຳສອນສຳຄັນໃນພຣະພຸດສາສະໜາ ປະກອບດ້ວຍ: 2. ສະມຸໄທ (ຄວາມຈິງວ່າດ້ວຍເຫດແຫ່ງຄວາມທຸກ) – ສາເຫດທີ່ເຮັດໃຫ້ເກີດທຸກ ຊຶ່ງກໍຄື “ຕັນຫາ” ຫລື ຄວາມຢາກໄດ້ ຢາກມີ ຢາກເປັນ ໄດ້ແກ່ ກາມຕັນຫາ (ຄວາມຢາກໃນກາມ) ພະວະຕັນຫາ (ຄວາມຢາກເປັນ ຢາກຄົງຢູ່) ແລະ ວິພະວະຕັນຫາ (ຄວາມຢາກພົ້ນໄປ ບໍ່ຢາກມີບໍ່ຢາກເປັນ). 3. ນິໂຣດ (ຄວາມຈິງວ່າດ້ວຍຄວາມດັບທຸກ) – ພາວະທີ່ສາມາດດັບກິເລດແລະຕັນຫາລົງໄດ້ສິ້ນເຊີງ ຊຶ່ງກໍຄື “ພຣະນິບພານ” ເປັນຄວາມສະຫງົບສຸກທີ່ປາດສະຈາກຄວາມທຸກ. 4. ມັກ (ຄວາມຈິງວ່າດ້ວຍທາງໃຫ້ເຖິງຄວາມດັບທຸກ) – ຫົນທາງປະຕິບັດເພື່ອນຳໄປສູ່ການດັບທຸກ ຮຽກວ່າ “ອຣິຍະມັກມີອົງ 8” ໄດ້ແກ່ ຄວາມເຫັນຊອບ, ຄວາມດຳຣິຊອບ, ການເຈລະຈາຊອບ, ການກະທຳຊອບ, ການລ້ຽງຊີບຊອບ, ຄວາມພຽນຊອບ, ຄວາມລະນຶກຊອບ ແລະຄວາມຕັ້ງໝັ້ນຊອບ.
